
🎯 ວິໄສທັດ
"ເຮັດໃຫ້ການອອກໃບເກັບເງິນເປັນເລື່ອງທີ່ງ່າຍທີ່ສຸດໃນໂລກ ບໍ່ວ່າທ່ານຈະຂາຍຫຍັງກໍສາມາດສົ່ງໃບເກັບເງິນງາມໆ ໄດ້ໃນບໍ່ກີ່ຄລິກ" ✨
-
✅
ອອກແບບໃບເກັບເງິນ ໃນແບບທີ່ທ່ານຕ້ອງການພຽງສົ່ງຕົວຢ່າງຂອງທ່ານມາ
-
✅
ສ້າງແພລັດຟອມອອກໃບເກັບເງິນທີ່ໃຊ້ງ່າຍຈົນໃຜໆ ກໍໃຊ້ໄດ້ 🖱️
-
✅
ໃຫ້ທຸກທຸລະກິດນ້ອຍມີ ໃບເກັບເງິນງາມໆ ແບບມືອາຊີບໂດຍບໍ່ຕ້ອງເກັ່ງເຕັກໂນໂລຍີ
-
✅
ສາມາດໃຊ້ງານໄດ້ທຸກທີ່ທົ່ວໂລກ ຂໍພຽງມີອິນເຕີເນັດ 🌐
-
✅
ຮອງຮັບຫຼາຍພາສາ ຫຼາຍສະກຸນເງິນ ເພື່ອໃຫ້ທ່ານຂາຍໄດ້ທົ່ວໂລກ 🌏
-
✅
ເຮັດໃຫ້ທ່ານຍິ້ມໄດ້ທຸກຄັ້ງທີ່ “ສົ່ງໃບເກັບເງິນ” 😁
-
✅
ລຽບງ່າຍ – ທຸກຢ່າງຕ້ອງເຂົ້າໃຈງ່າຍ ບໍ່ສັບສົນ
-
✅
ຢືດຢຸ່ນ – ປັບແຕ່ງໄດ້ຕາມໃຈທ່ານ
-
✅
ຈິງໃຈ – ບໍ່ມີຄ່າໃຊ້ຈ່າຍແອບແຝງ ບໍ່ຫຼອກໃຫ້ງົງ
-
✅
ມ່ວນ – ໃຊ້ງານແລ້ວຮູ້ສຶກດີບໍ່ຄຽດກັບການເຮັດບັນຊີ
ຕອນນີ້ເຮົາເປີດໃຫ້ລອງໃຊ້ ຟຣີ 6 ເດືອນເຕັມ ລອງໃຊ້ແລ້ວທ່ານອາດຈະຮູ້ສຶກວ່າ “ເຮີ້ຍ… ເປັນຫຍັງເຮົາຄືບໍ່ເລີ່ມໃຊ້ຕັ້ງດົນແລ້ວເນາະ!”


💡 ບໍລິການຂອງເຮົາ
ເຮົາມຸ່ງໝັ້ນທີ່ຈະນຳສະເໜີໂຊລູຊັນທີ່ງ່າຍ ແລະ ມີປະສິດທິພາບ ເພື່ອຊ່ວຍໃຫ້ທຸລະກິດຂອງທ່ານເຕີບໂຕໄດ້ຢ່າງບໍ່ຕ້ອງກັງວົນ
-
🚀
ປະຢັດເວລາຫຼາຍຊົ່ວໂມງຕໍ່ອາທິດດ້ວຍໂຊລູຊັນອອກໃບແຈ້ງໜີ້ແບບກຳນົດເອງສຳລັບຜູ້ຂາຍອອນລາຍ ບອກເຮົາວ່າທ່ານຢາກໄດ້ແບບໃດ : ເຮົາອອກແບບເທມເພລດໃຫ້ ຕິດຕັ້ງໃຫ້ ແລ້ວໃຊ້ງານໄດ້ທັນທີ ອອກຈັກໃບກໍໄດ້ ບໍ່ຈຳກັດຈຳນວນລູກຄ້າ
-
🤝
ສ້າງຄວາມປະທັບໃຈໃຫ້ລູກຄ້າດ້ວຍໃບແຈ້ງໜີ້ທີ່ສະທ້ອນຕົວຕົນຂອງທ່ານ ເຮົາອອກແບບ ແລະ ປັບແຕ່ງເທມເພລດໃຫ້ເຂົ້າກັບແບຣນຂອງທ່ານ : ລຽບງ່າຍ ງາມ ແລະ ຢືດຢຸ່ນ ເໝາະສຳລັບຟຣີແລນຊ໌ ແລະ ເອເຈນຊີທີ່ຢາກຍົກລະດັບປະສົບການໃຫ້ລູກຄ້າ
-
🌐
ກ້າວທຳອິດສູ່ການອອກໃບແຈ້ງໜີ້ແບບດີຈິຕອນ ດ້ວຍໂຊລູຊັນທີ່ອອກແບບມາສຳລັບ SME ໂດຍສະເພາະ ບໍ່ຕ້ອງຕິດຕັ້ງຊັບຊ້ອນ ບໍ່ມີຟີເຈີທີ່ເກີນຄວາມຈຳເປັນ : ພຽງໃບແຈ້ງໜີ້ທີ່ສະອາດ ປັບແຕ່ງໄດ້ ແລະ ພ້ອມໃຊ້ສຳລັບທຸລະກິດຂອງທ່ານ
-
📊
ລາຍງານທີ່ເຂົ້າໃຈງ່າຍ : ຕິດຕາມຍອດຂາຍ ແລະ ສະຖານະການຊຳລະເງິນໄດ້ແບບລຽນໄທມ໌